Chinese the Series Ep1 “ກ້າງຂວາງຄໍ”.
ສະບາຍດີທຸກຄົນ ກ່ອນອື່ນເລີຍ, ບົດຄວາມນີ້ເປັນບົດຄວາມທຳອິດຂອງເວັບ ທີ່ເປັນເນື້ອຫາກ່ຽວກັບການແນະນຳພາສາຈີນ ເຊິ່ງຈະເປັນຄຳທີ່ໄດ້ມາຈາກປະສົບການ ການໃຊ້ຕົວຈິງຈາກຜູ້ຂຽນເອງ ສ່ວນຕົວຄິດວ່າຖ້າຈະໃຫ້ແນະນຳສິ່ງທົ່ວໄປທີ່ມີຢູ່ໃນປຶ້ມ ທຸກຄົນອາດຈະບໍ່ສົນໃຈເພາະໄດ້ຮຽນມາຫມົດແລ້ວ ສະນັ້ນເລີຍພະຍາຍາມຊອກເອົາຄຳທີ່ໃຊ້ໃນຊີວິດປະຈຳວັນທີ່ຄິດວ່າໃນຫ້ອງຮຽນບໍ່ໄດ້ສອນ ມາໃຫ້ທຸກຄົນໄດ້ຮູ້ໄປນຳກັນ, ດັ່ງນັ້ນຈຶ່ງເກີດມາເປັນບົດຄວາມນີ້ໂດຍໃສ່ຊື່ວ່າ “Chinese the series”,
ຜູ້ຂຽນເອງກໍ່ບໍ່ໄດ້ເກ່ງຈົນເຖິງຂັ້ນມາສອນທຸກຄົນໄດ້ ສະນັ້ນແລ້ວໃນບົດຄວາມຄົງຫລີກບໍ່ໄດ້ໃນຄວາມຜິດພາດ ກໍ່ຢາກໃຫ້ທຸກຄົນມາແລກປ່ຽນນຳກັນ ແລະ ແນະນຳຜູ້ຂຽນຢ່າງສ້າງສັນ ເພື່ອໃນອະນາຄົດຈະໄດ້ນຳເອົາໄປປັບປຸງໃຫ້ຖຶກຕ້ອງ ແລະ ເປັນການພັດທະນາຕົວເອງໄປໃນຕົວ.
ເອົາລະວ່າຈະເຂົ້າເລື່ອງໄດ້ກະຝອຍສະຍາວເລີຍເນື່ອງຈາກເປັນບົດຄວາມທຳອິດເລີຍຢາກຈະອະທິບາຍເລັກນ້ອຍ ຮ່າໆໆໆ ມາເລີ່ມກັນເລີຍ:
ສຳນວນທີ່ວ່າ: “ກ້າງຂວາງຄໍ” ໃນພາສາຈີນນັ້ນກໍ່ມີເຊັ່ນດຽວກັນໂດຍຈະເປັນຄຳສະແລງ 俚语líyǔ
ເຊິ່ງຄົນຈີນຈະໃຊ້ວ່າ:
当电灯泡 dāng diàndēngpào
ແມ່ນລະອ່ານບໍ່ຜິດ电灯泡 diàndēngpào
ທີ່ແປວ່າດອກໄຟ
ນັ້ນລະ!
ເຊິ່ງ 当 dāng
ໃນທີ່ນີ້ແປວ່າ ເປັນ
, ເຊິ່ງທີ່ມາທີ່ໄປເປັນມາແນວໃດຜູ້ຂຽນກາບໍ່ຮູ້ໄດ້ ອາດຈະເປັນເພາະ ເຂົາເຈົ້າອາດຈະປຽບທຽບວ່າ ດອກໄຟມັນແຈ້ງຈົນເກີນໄປເຮັດໃຫ້ທຳລາຍບັນຍາກາດອັນໂລແມນຕິກ ຮ່າໆໆ.
📢 ຕົວຢ່າງປະໂຫຍກ:
你们俩自己去玩儿吧,我不想当电灯泡
Nǐmen liǎ zìjǐ qù wán er ba, wǒ bùxiǎng dāng diàndēngpào
ພວກເຈົ້າສອງຄົນພາກັນໄປຫລິ້ນສະ, ຂ້ອຍບໍ່ຢາກເປັນ ກຂຄ.
ຫລືເວລາມີຫມູ່ຊວນໄປຫລິ້ນແລ້ວເຂົາມີແຟນໄປນຳ ສາມາດໃຊ້:
我拒绝当电灯泡!wǒ jù jué dāng diàn dēng pào !ບໍ່ຂໍເປັນ ກຂຄ!
ຍັງມີອີກຄຳສະແລງຫນຶ່ງທີ່ພວກໄວຫລຸ້ນຈີນເຂົາມັກໃຊ້ກັນແມ່ນ 撒狗粮 Sā gǒuliáng ໂຮຍອາຫານຫມາ
ແມ່ນລະຄຳວ່າອາຫານຫມາ 狗粮 gǒuliáng
ນີ້ລະ.
撒 Sā ແປວ່າ ໂຮຍ ຫລື ຫວ່ານ
狗粮 gǒu liáng ອາຫານຫມາ
ເປັນຄຳປຽບທຽບເມື່ອເວລາມີຄູ່ຮັກສະແດງຄວາມຮັກຕໍ່ກັນຈົນເຮັດໃຫ້ຄົນອື່ນອິດສາຕາຮ້ອນ, ສະແດງຄວາມຫວານໂຮຍນ້ຳຕານຈົນເຮັດໃຫ້ຄົນອື່ນອິດສາຕາຮ້ອນ ຫລື ເອີ້ນວ່າ: ອວດຜົວອວດເມຍອອກສື່ ນັ້ນເອງ ຮ່າໆໆ.
ໄວຫລຸ້ນຈີນໂສດມັກຈະໃຊ້ຄຳທີ່ແທນຕົວເອງວ່າ 单身狗 dānshēngǒu ແປວ່າຫມາໂສດ ດັ່ງນັ້ນວາລາຫມາໂສດທັງຫລາຍເຫັນຄົນອື່ນສະແດງຄວາມຮັກຕໍ່ກັນຈົນຕົວເອງອິດສາ ສະຖານະການແບບນີ້ຈະເອີ້ນວ່າ 撒狗粮 Sā gǒuliáng
.
ມາຮອດນີ້ບົດຄວາມນີ້ຂໍຈົບເທົ່ານີ້ກ່ອນ ແລ້ວມາຕິດຕາມໃຫມ່ໃນ ep ຕໍ່ໄປວ່າຈະເວົ້າເຖິງເລື່ອງຫຍັງ, ສ່ວນຜູ້ທີ່ຕ້ອງການແນະນຳ ຫລື ສະແດງຄຳເຫັນກໍ່ດ້ານລຸ່ມນີ້ເລີຍ:
Chinese the Series Ep2
Chinese the Series Ep3
Chinese the Series Ep4
Chinese the Series Ep5