Chinese the Series Ep2 “ເຮົາບໍ່ສົມກັນ”.
ສະບາຍດີທຸກຄົນ ບົດຄວາມພາສາຈີນມື້ນີ້ຈະມາແນະນຳສຳນວນທີ່ກ່ຽວກັບເລື່ອງຮັກໆມັກໆ ດຣາມ່າ ເລັກນ້ອຍ, Chinese the Series ep.2 ນີ້ຂໍນຳສະເຫນີ ສຳນວນພາສາຈີນ 成语 Chéngyǔ
ຄຳວ່າ:
门不当户不对 mén bùdāng hù bùduì
ແປວ່າ ບໍ່ເຫມາະສົມກັນ
ເຊິ່ງເປັນສຳນວນຈີນທີ່ໃຊ້ປຽບທຽບຄວາມບໍ່ເຫມາະສົມກັນຂອງຄົນ ທັງດ້ານຖານະເງິນຄຳ ຖານະທາງສັງຄົມ, ໃນສະໄຫມກ່ອນ ການທີ່ຄົນຈີນຈະແຕ່ງງານກັນນັ້ນຕ້ອງຄຳນຶງເຖິງຖານະທາງຄອບຄົວ ຖານະດ້ານສັງຄົມ, ເວົ້າງ່າຍໆກໍ່ຄື ທັງສອງຄົນມີຄວາມຫ່າງໄກກັນທາງຖານະ ມັກຈະເຈີຄຳນີ້ໃນ ຫນັງຈີນ (ຂ້ອຍເອງຈື່ຈາກໃນຫນັງມາຄືກັນ ຮ່າໆໆ) ເຊິ່ງຄຳນີ້ຈະກົງກັນຂ້າມກັບຄຳວ່າ (门当户对 méndāng hùduì) ທີ່ແປວ່າມີຄວາມເຫມາະສົມກັນນັ້ນເອງ, ປະຈຸບັນກໍ່ຍັງໃຊ້ກັນຢູ່ທ່ົວໄປທີ່ເກີດມີການປຽບທຽບຂອງຄູ່ຮັກຄົນຈີນ ຈະວ່າໄປແລ້ວວິທີຄິດແບບນີ້ໃນປປະເທດລາວກໍ່ຍັງມີຄືກັນ.
📢 ເອົາລະບາດນີ້ມາເບິ່ງວິທີໃຊ້
我们两个其实不太合适,你一出生就在终点,我们门不当户不对的。
wǒmen liǎng gè qíshí bù tài héshì, nǐ yī chūshēng jiù zài zhōngdiǎn, wǒmen mén bùdāng hù bùduì de.
ຄວາມຈິງເຮົາສອງຄົນບໍ່ເຫມາະສົມກັນ, ຕັ້ງແຕ່ເກີດມາເຈົ້າກໍ່ມີພ້ອມທຸກຢ່າງແລ້ວ, ຖານະເຮົາສອງຄົນຫ່າງໄກກັນ (ພໍຈະເຂົ້າໃຈຄວາມຫມາຍບໍ່? ອາດຈະຍາວແດ່ອ່ານແລ່ວບໍ່ງົງເນາະ ຮະໆໆ😊)
其实 qíshí ຄວາມຈິງ
合适 héshì ເຫມາະສົມ
ຈາກປະໂຫຍກຂ້າງເທິງທີ່ວ່າ 你一出生就在终点 nǐ yī chūshēng jiù zài zhōngdiǎn
ຖ້າຈະເອົາມາແປແຕ່ມັນ ຄືມັນບໍ່ໄດ້ຄວາມຫມາຍທີ່ຊັດເຈນວ່າແປວ່າຫຍັງ ແຕ່ວ່າໃນພາສາຈີນມີອີກສຳນວນທີ່ວ່າ:
赢在起跑线 Yíng zài qǐpǎoxiàn
ຄວາມຫມາຍກະປະມານວ່າ ຊະນະຕັ້ງແຕ່ເລີ່ມຕົ້ນແລ້ວ.
ໃຊ້ອະທິບາຍຖານະທາງຄອບຄົວຂອງເດັກທີ່ເກີດມາມີພ້ອມກວ່າຄົນອື່ນ, ຈຶ່ງມີຄຳວ່າ 一出生到终点了 yī chūshēng dào zhōngdiǎnle
ກໍ່ຄືເກີດມາກໍ່ມີພ້ອມແລ້ວ ປະມານນີ້ເນາະ ຫວັງວ່າຈະເຂົ້າໃຈໄດ້😃.
Chinese the Series Ep1
Chinese the Series Ep3
Chinese the Series Ep4
Chinese the Series Ep5