Chinese the Series Ep3 “ພາສາໄວຫລຸ້ນ”.
ໃນບົດຄວາມນີ້ຈະມາແນະນຳພາສາໄວຫລຸ້ນສອງຄຳນີ້ເລີຍເນາະ ຄຳທຳອິດແມ່ນຄຳວ່າ: 铁粉 tiě fěn
ແປວ່າ ຕິ່ງ, ແຟນພັນແທ້
(ຄວາມຫມາຍກາຄ້າຍໆປະມານວ່າ ມັກຫລາຍຈົນຄັ່ງໄຄ້ ປະມານນີ້😊).
铁 tiě
ແປວ່າ ເຫລັກ
ມາຈາກຄຳວ່າ 钢铁 gāngtiě
ທີ່ແປວ່າເຫລັກ ນັ້ນລະ.
粉 fěn
ແປວ່າ ຜົງ, ແປ້ງ.
ຄຳນີ້ຖ້າແປຕາມໂຕຈະແປວ່າ “ຜົງເຫລັກ” ແຕ່ຄວາມຫມາຍຂອງມັນທີ່ນີ້ຈະແປວ່າ ແຟນພັນແທ້ ຫລືວ່າ ມັກຫລາຍ ຄົນຈີນຈະໃຊ້ສື່ຄວາມຫມາຍນີ້ (ອາລົມຄວາມມັກແບບວ່າ ມັກດາລາ ມັກນັກຮ້ອງ ຄົນດັງທີ່ເຮົາເອີ້ນວ່າເປັນ FC ນັ້ນລະ).
📢 ເອົາລະບາດນີ້ມາເບິ່ງວິທີໃຊ້.
我是你的铁粉 wǒ shì nǐ de tiě fěn
ຂ້ອຍແມ່ນ FC ຂອງເຈົ້າ.
他是 Black eyes 的铁粉 wǒ shì Black eyes de tiě fěn
ລາວເປັນ FC ຂອງວົງ Black eyes.
ທີນີ້ມາເບິ່ງຄຳທີສອງຄຳວ່າ: 做作 zuòzuò
ແປວ່າ ເສແສ້ງແກ້ງເຮັດ, ດັດຈະລິດ
(ການເສແສ້ງການສະແດງອອກບໍ່ວ່າຈະເປັນ ນ້ຳສຽງ, ການກະທຳ, ກິລິຍາທ່າທາງ) ຄຳນີ້ມີຄວາມຫມາຍດ້ານລົບ ສະນັ້ນ, ຕ້ອງລະມັດລະວັງໃນການເອົາໄປໃຊ້ ຖ້າບໍ່ສະຫນິດກັນແທ້ໆແມ່ນບໍ່ໃຫ້ໃຊ້ເນາະ ຮຽນເພື່ອຮູ້ໄວ້ເສີຍໆ ບໍ່ດັ່ງນັ້ນໃຊ້ບໍ່ຖືກອາດຈະໄດ້ຂອງແຖມມາກະໄດ້😃.
做
zuò ແປວ່າ ເຮັດ
ເຊິ່ງຄຳນີ້ຈະເປັນຄຳນາມບໍ່ໄດ້ ແປວ່າການກະທຳທີ່ເປັນຮູບປະທຳ ແລະ ກ່ຽວຂ້ອງກັບອາຊີບເຊັ່ນ: 做衣服 Zuò yīfú, ເຮັດເຄື່ອງນຸ່ງ
, 做作业 zuò zuo yè ເຮັດວຽກບ້ານ
, 做营销 zuò yíngxiāo ເຮັດການຕະຫລາດ.
作 zuò
ແປວ່າເຮັດ ເປັນເຄິ່ງຄຳນາມໄດ້ເຊັ່ນ: 工作 gōngzuò ການເຮັດວຽກ
, ເຄິ່ງກິລິຍາທີ່ຕ້ອງປະກອບກັບຄຳວ່າຈຶ່ງສາມາດສະແດງຄວາມຫມາຍທີ່ຊັດເຈນໄດ້ເຊັ່ນ: 制作 zhìzuò ເຮັດ
, 叫做 jiàozuò ເອີ້ນວ່າ.
📢 ມາເບິ່ງວິທີໃຊ້.
我是一个做作的人 Wǒ shì yīgè zuòzuo de rén
ຂ້ອຍເປັນຄົນ🥴🥴🥴.
ບົດຄວາມນີ້ພໍເທົ່ານີ້ກ່ອນ ໃຊ້ກັນລະມັດລະວັງແດ່ເດີ.
Chinese the Series Ep1
Chinese the Series Ep2
Chinese the Series Ep4
Chinese the Series Ep5