Meonam's Blog (萨蓝玉)

Just a small lifestyle blog.

Chinese the series ep.4 “ຄວາຍຈີນຕ່າງກັບຄວາຍລາວ”.

2020-04-11 chinese Meonam

ບົດຄວາມນີ້ກໍ່ຕາມຫົວຂໍ້ເລີຍ “ຄວາຍຈີນມັນບໍ່ຄືກັບຄວາຍລາວ” ເນື້ອຫາຈະເວົ້າເຖິງເລື່ອງງົວໆຄວາຍໆກັນ ແຕ່ກໍ່ຍັງເປັນການຮຽນພາສາຈີນຢູ່, ໂດຍທົ່ວໄປແລ້ວຄົນລາວຖ້າເວົ້າໃຫ້ກັນວ່າ: ຄວາຍ ຈະມີຄວາມຫມາຍວ່າ: ໂງ່, ຈ້າ, ບໍ່ໄດ້ເລື່ອງ…

ທຸກຄົນກໍ່ຈະຮູ້ກັນດີ ຖ້າມີໃຜຄົນຫນຶ່ງມາເວົ້າໃຫ້ເຈົ້າວ່າ “ບັກຄວາຍ ອີ່ຄວາຍ” ຄົງຈະຫົວຮ້ອນ ແລະ ໃຈຮ້າຍຈົນ ຖວາຍກຳປັ້ນ ໃຫ້ຜູ້ເວົ້າເລືອດອອກປາກພຸ້ນລະເນະ🤬, ແຕ່ໃນພາສາຈີນ ເວລາມີຄົນຈີນເວົ້າໃຫ້ເຈົ້າວ່າ: 你很牛 Nǐ hěn niú,你好牛哦 nǐ hǎo niú ó ກໍ່ຢ່າຟ້າວເລືອດຂຶ້ນຫນ້າໄປຮ້າຍໃຫ້ເຂົາເຈົ້າ ເພາະໃນທີ່ນີ້ມັນແມ່ນຄຳຍ້ອງ😁.

ເລື່ອງຂອງເລື່ອງກໍ່ຄືວ່າຄົນຈີນຖືວ່າສັດຈຳພວກ ງົວ (牛 niú) ຫລື ຄວາຍ (水牛 shuǐniú) ເປັນສັດທີ່ດຸຫມັ່ນມັນເຮັດນາໄດ້ ມັນເກ່ງປະມານນີ້ ເຊິ່ງມີຄວາມຫມາຍດ້ານບວກ ແບບວ່າດີສຸດໆ ເລີຍມີການເອົາມາປຽບທຽບກັບຄົນ, ຖ້າມີຄົນຈີນເວົ້າກັບເຈົ້າວ່າ 你真牛啊 Nǐ zhēn niú a ຄວາມຫມາຍແມ່ນ ເຈົ້າເປັນຄົນເກ່ງ, ສຸດຍອດ (ບໍ່ໄດ້ແປວ່າ ເຈົ້າແມ່ນງົວຂອງແທ້ ເນາະ😂).

ເຊິ່ງຄຳວ່າ 你很牛 Nǐ hěn niú ຈະມີຄວາມຫມາຍເທົ່າກັບ 强 qiáng ຫລື 厉害 lì hài ແປວ່າ ເກ່ງ ທີ່ເປັນຄຳຍ້ອງ👍.

📢 ເອົາລະບາດນີ້ມາເບິ່ງວິທີໃຊ້.

你真牛啊!这么难的题都会做 nǐ zhēn niú a! Zhème nán de tí dōuhuì zuò ເຈົ້າໂຄດເກ່ງ! ຂໍ້ຍາກປານນີ້ຍັງເຮັດໄດ້.

ປັດຈຸບັນນີ້ໄວຫລຸ້ນຈີນຍັງມັກໃຊ້ຄຳວ່າ 牛逼 niú bī (ບໍ່ໄດ້ແປວ່າ ຕືດ..ຕືດງົວເດີ ເຊັນເຊີຫນ້ອຍໜຶ່ງ) ຫລື ຂຽນໃນຮູບແບບ “牛B” ຫລື “NB” ຄວາມຫມາຍແມ່ນ ແມ່ງໂຄດເກ່ງ ປະມານນີ້, ນອກຈາກນີ້ຍັງມີຄຳວ່າ: 太炸了 Tài zhàle ທີ່ມີຄວາມຫມາຍແມ່ນ ເກ່ງ, ເທ້…ພາສາອັງກິດຫນ້າຈະແທນຄວາມຫມາຍໄດ້ຊັດເຈນກວ່າກໍ່ຄືຄຳວ່າ: it's cool. 🤙🤙🤙

Chinese the Series Ep1
Chinese the Series Ep2
Chinese the Series Ep3
Chinese the Series Ep5