Meonam's Blog (萨蓝玉)

Just a small lifestyle blog.

Chinese the series ep.5 “ເລຍແຂ່ງເລຍຂາ”.

2020-04-22 chinese Meonam

ສະບາຍດີທຸກຄົນ, ຫ່າງຫາຍກັນໄປດົນ ມື້ນີ້ຜູ້ຂຽນຈະມາສືບຕໍ່ບົດຄວາມ Chinese the series ບົດຄວາມນີ້ກໍ່ມາຮອດບົດຄວາມທີ່ 5 ແລ້ວ, ມື້ນີ້ຈະເວົ້າເຖິງເລື່ອງຂອງຄົນຂີ້ປະຈົບ, ມັກປະຈົບປະແຈງ, ເຮັດວຽກເອົາຫນ້າກັນເນາະ.

ເຊິ່ງຄຳນີ້ພາສາຈີນຈະໃຊ້ຄຳວ່າ: 舔狗 tiǎn gǒu ແປວ່າ ຄົນຂີ້ປະຈົບ ເລຍແຂ່ງເລຍຂາ🐶.

📢 ອະທິບາຍຄວາມຫມາຍ

舔 tiǎn ແປວ່າ ເລຍ
狗 gǒu ແປວ່າ ຫມາ🐕

ສະນັ້ນ, ຄຳນີ້ຈະມີຄວາມຫມາຍທີ່ວ່າ ຫມາມັນມັກເລຍ ມັກມາເອາະເຊາະປະຈົບປະແຈງ (ຕາມນິໄສຂອງຫມາເລຍ) ຄົນຈີນຈຶ່ງນຳມາໃຊ້ແທນໃຫ້ຄົນທີ່ມີນິໄສແບບນີ້, ນອກຈາກນັ້ນຍັງມີຄຳເວົ້າວ່າ 拍马屁 pāi mǎ pì

📢 ມາເບິ່ງຮູບປະໂຫຍກວິທີໃຊ້ກັນ

拍 pāi ແປວ່າ ຕີ, ລູບ
马屁 mǎ pì ແປວ່າ ກົ້ນມ້າ🐴

ລວມກັນບໍ່ໄດ້ແປວ່າຕີກົ້ນມ້າ ເຖິງແປຕາມໂຕຈະແປວ່າຕົບກົ້ນມາກະເຖາະ, ແຕ່ວ່າຄວາມຫມາຍທີ່ໃຊ້ໃນການເວົ້າເຊັ່ນ: 他真会拍马屁 tā zhēn huì pāimǎpì ຈະແປວ່າ: ລາວເລຍໂຄດເກ່ງ (ປະຈົບສພໍເກ່ງ), ແລະຍັງມີຄຳວ່າ: 马屁精 mǎ pì jīng ແປວ່າ ຄົນທີ່ຖະໜັດປະຈົບສໍພໍ.

ຄຳເຫົ່ຼານີ້ເປັນຄຳທີ່ມີຄວາມຫມາຍລົບ ສະນັ້ນຈົ່ງລະມັດລະວັງໃນການໃຊ້.

Chinese the Series Ep1
Chinese the Series Ep2
Chinese the Series Ep3
Chinese the Series Ep4