Meonam's Blog (萨蓝玉)

Just a small lifestyle blog.

ໂປຣແກຣມຕັດຕໍ່ຮູບພາບຟຣີໂດຍບໍ່ຕ້ອງຕິດຕັ້ງ ໃຊ້ງານແທນ Photoshop

2020-01-01 code tutorials Meonam

ບົດຄວາມນີ້ຈະມາແນະນຳໂປຣແກຣມຕັດຕໍ່-ຕົກແຕ່ງ ຮູບພາບໂດຍບໍ່ຕ້ອງຕິດຕັ້ງລົງເຄື່ອງ ພຽງໃຊ້ງານຜ່ານ Web Browser, ເລື່ອງຂອງເລື່ອງກໍ່ຄື ກ່ອນຫນ້ານີ້ຂ້ອຍຕ້ອງການໃຊ້ງານໂປຣແກຣມ Photoshop ແຕ່ບໍ່ຢາກໃຊ້ໂປຣແກຣມເຖື່ອນ ເນື່ອງຈາກປັດໄຈດ້ານຄວາມປອດໄພ ແລະ ອັນອື່ນຫລາຍຢ່າງ

ທີນີ້ພໍຈະໄປໂຫລດໂປຣແກຣມຂອງແທ້ມາໃຊ້ລາຄາຄ່າເຊົ່າພັດຂ້ອນຂ້າງແພງ ໂດຍແພັກເກຈ Photography ລາຄາ US$9.99/ເດືອນ(ຄິດວ່າແພງສຳລັບຜູູ້ບໍ່ໄດ້ໃຊ້ງານຕະຫລອດ ເຖິງຈະໃຊ້ກາພຽງແຕ່ຕັດແປະຮູບ ຂຽນຫນັງສືໃສ່ທຳມະດາ ມັນບໍ່ຄ່ອຍຄຸ້ມ) ເລຍລອງຫາຊອກໂປຣແກຣມໃຊ້ແທນ ແລະ ຟຣີມາໃຊ້ ເລີຍໄປເຈີເຄື່ອງມືໂຕຫນຶ່ງຊື່ວ່າ:

Photopea ເຊິ່ງເປັນໂປຣແກຣມຕັດຕໍ່ຮູບພາບຂັ້ນພື້ນຖານທີ່ມີຫນ້າຕ່າງ ແລະ ເຄື່ອງມືຄ້າຍຄືກັບໂປຣແກຣມ Photoshop

📢 ສາມາດໃຊ້ງານຜ່ານເວັບ photopea.com ໄດ້ເລຍ

ໂປຣແກຣມໂຕນີ້ມີ Layer ໃຫ້ໃຊ້ງານ ນອກນັ້ນຍັງມີເຄື່ອງມືໃຫ້ໃຊ້ຫລາຍພໍສົມຄວນ ເຊັ່ນວ່າ: Move tool, Rectangle select, Lasso select, Crop tool, Brush tool, Gradient tool, Spot healing, Type tool, Blur tool ແລະ ອີກຫລາຍໆອັນ, ເອີ້ນວ່າໃຊ້ແທນ Photoshop ໄດ້ເລີຍລະ, ສ່ວນເລື່ອງ Fonts ພາສາລາວແມ່ນໃຊ້ໄດ້ ສາມາດອັບໂຫລດຂຶ້ນໄປໃຊ້ງານໄດ້ເລີຍ ທີ່ສຳຄັນແມ່ນສາມາດເປີດ ແລະ ບັນທຶກເປັນໄຟລ໌ .psd ໄດ້, ຍັງສາມາດເປີດໄຟລ໌ໂປຣແກຣມດັງໆໄດ້ເຊັ່ນ: Adobe XD, Sketch, PDF, Gimpp ແລະ ຍັງສາມາດເປີດໄຟລ Raw ໄດ້.

ຂໍ້ສັງເກດ ຍັງມີບັນຫາກັບເລື່ອງ ສະຫລະ ແລະ ວັນນະຍຸດທີ່ຢູູູ່ທາງເທິງ ຂອງຟອນພາສາລາວຈຳນວນຫນຶ່ງ

ແນະນຳລອງໄປໃຊ້ກັນໄດ້ ເພາະໄດ້ລອງໄປໃຊ້ເອງມາແລ້ວເຫັນວ່າພໍຕອບໂຈດຕົວເອງໄດ້, ເລີຍໃຊ້ງານໂຕນີ້ແກ້ຂັດໄປກ່ອນຈົນກວ່າຈະຈຳເປັນແທ້ໆ ແລ້ວຄ່ອຍໄປເຊົ່າໃຊ້ງານ Adobe Photoshop.