Meonam's Blog (萨蓝玉)

Just a small lifestyle blog.

Shanghai first time ປະສົບການຊີວິດໃນຊຽງໄຮ້ ep.2 ຂອງມັນຕ້ອງມີ.

ສະບາຍດີອີກຄັ້ງທຸກຄົນ, ມື້ນີ້ຈະກັບມາເລົ່າຕໍ່ຫລັງຈາກ EP.1, ສຳລັບໃຜທີ່ຍັງບໍ່ທັນອ່ານບົດຄວາມກ່ອນໜ້າຂອງຂ້ອຍ ວ່າແມ່ນເລົ່າເລື່ອງຫຍັງ ເປັນຫຍັງຈຶ່ງຂຽນມາລົງເວັບນີ້ ແນະນຳໃຫ້ກັບໄປອ່ານ EP.1 ກ່ອນເນາະ ເພື່ອຄວາມຕໍ່ເນື່ອງຂອງເລື່ອງລາວ ຮະໆໆ

ຕາມລິ້ງລຸ່ມນີ້ເລີຍ:

Shanghai 1st time ແມວນ້ອຍໃນຊຽງໄຮ້ EP.1 “ອອກເດີນທາງ”

ເອົາລະຈາກຄວາມເດີມຕອນທີ່ແລ້ວ ທີ່ໄດ້ເດີນທາງມາຮອດທາງ ມະຫາໄລ, ພໍຕື່ນເຊົ້າມາ ໂຮງຮຽນເຂົາເຈົ້າຈະ ຈັດນັກສຶກສາອາສາສະມັກມາຊ່ວຍເຫຼືອ ແນະນຳນັ້ນນີ້ໃຫ້ຕັ້ງແຕ່ຕຶກຮຽນ, ຫໍສະໝຸດ, ໂຮງອາຫານ, ເດີ່ນກິລາ, ລະບຽບຫໍພັກທີ່ເຮົາອ່ານເອງບໍ່ເປັນ ເພາະເປັນພາສາຈີນລ້ວນໆ, “ໃຜມາຮຽນຈີນບໍ່ຖ້າຢ້ານຈະສື່ສານບໍ່ຮູ້ເລື່ອງ ນສ ເຂົາເຈົ້າໄດ້ອັງກິດໃນລະດັບສື່ສານໄດ້ດີໝົດທຸກຄົນ”, ສິ່ງທີ່ຂາດບໍ່ໄດ້ຂອງການມາອາໄສຢູ່ຈີນແມ່ນ:

  1. ໂທລະສັບມືຖື
  2. ເບີໂທກັບອິນເຕີເນັດ
  3. App ແປພາສາ

(ສ່ວນ Items ທີ່ທຸກຄົນຕ້ອງມີຕິດຕົວ ແລະ ຂາດບໍ່ໄດ້ແມ່ນ ”ເຈ້ຍທິຊຊູ” ໂຕນີ້ສຳຄັນຫຼາຍ ເວລາຂ້າເສິກໂຈມຕີມາຈະບໍ່ຕ້ອງໄດ້ລຳບາກຮອດຖົງຕີນ ເຈີມາກັບຕົວແລ້ວ ຮະໆໆ ຍັງບໍ່ເຈີຫ້ອງນ້ຳໃດທີ່ມີສາຍສີດຕູດ “ຢ່າຫາວ່າບໍ່ເຕືອນ😂”) ຫຼັງຈາກນັ້ນ ເພິ່ນກໍ່ເລີຍພາໄປຫ້ອງການທີ່ໃຫ້ບໍລິການກ່ຽວກັບເຄືອຂ່າຍມືຖືທີ່ເປັນສາຂາໃກ້ກັບ ມະຫາໄລທີ່ຂ້ອຍຢູ່ ໂດຍຍ່າງອອກໄປປະມານ 1.5 ກິໂລແມັດ ຢູ່ໃນລະຫວ່າງທາງທີ່ຍ່າງ ສັງເກດເຫັນລົດຖີບຈອດລຽນກັນເປັນແຖວບາງບ່ອນກໍ່ ປະມານ 10ຄັນ ບາງບ່ອນກໍ່ປະມານ 15 ຄັນ ໃນນັ້ນມັນຈະມີສີຄືກັນຄື ສີສົ້ມ, ສີເຫຼືອງ ບາງບ່ອນກໍ່ມີສີຟ້າ

ຄວາມຈິງແລ້ວມັນແມ່ນລົດທີ່ໄວ້ໃຫ້ເຊົ່າ ຢູ່ຊຽງໄຮ້ເວລາໄປມາບ່ອນໃດ ເຂົາເຈົ້າຈະຍ່າງເອົາ ຖ້າໄກອອກໄປແດ່ກໍ່ຈະຂີ່ລົດຖີບ ຖ້າເດີນທາງໄປໄກເຊັ່ນຂ້າມເມືອງກໍ່ຈະມີລົດເມບໍລິການປະຈຳທາງ, ລົດແທັກຊີ ແລະ ລົດໄຟ ໃຫ້ເດີນທາງກັນ ໂດຍລົດຖີບທີ່ເຫັນຈະເປັນຂອງບໍລິສັດທີ່ໃຫ້ບໍລິການເຊົ່າລົດຖີບຕາມຕົວເມືອງຫຼັກໆຈະມີແມ່ນ: ofo (ສີເຫຼືອງ), mobike (ສີສົ້ມ) ສ່ວນສີຟ້າຈະແມ່ນ Alipay, ໂດຍວິທີໃຊ້ແມ່ນມັນຈະມີແອັບໄວ້ໃຫ້ສະແກນ QRCode ແລ້ວຈ່າຍເງິນທາງບັນຊີທະນາຄານທີ່ຜູກໄວ້ກັບລະບົບອິນເຕີເນັດ ແລ້ວເຮົາກໍ່ຈະໄດ້ລະຫັດມາ 4 ໂຕ ກົດເພື່ອປົດລັອກເອົາໄປຂີ່ຕາມສະບາຍ

ສ່ວນຄ່າບໍລິການກໍ່ຂຶ້ນກັບບໍລິສັດ ແຕ່ເທົ່າທີ່ໃຊ້ມາຂອງບໍລິສັດ Alipay 18¥/ເດືອນ ຈະຂີ່ດົນເທົ່າໃດກໍ່ໄດ້ ເວລາໃຊ້ແລ້ວກໍ່ຈອດໄວ້ຈຸດຈອດທີ່ເຂົາເຈົ້າກຳນົດໃຫ້ຕາມແຄມທາງຫຼວງ ເຊິ່ງຈະມີເປັນໄລຍະ ເກືອບຕະຫຼອດທາງ (ເວລາໃຊ້ແລ້ວກໍ່ໃຫ້ລັອກໄວ້ຄືເກົ່າເພື່ອຄົນອື່ນມາໃຊ້ຕໍ່), ໂດຍສ່ວນຕົວມັນເປັນແມ່ນຫຍັງທີ່ແປກໃຫມ່ ເພາະບໍ່ເຫັນມີຢູ່ບ້ານເຮົາ ຖ້າມີລົດຖີບແບບນີ້ໃຫ້ບໍລິການຢູ່ບ້ານເຮົາຮັບຮອງ ຫາຍໝົດຄັນ ຮະໆໆ, ລົດໃຫຍ່ຢູ່ນີ້ຂີ່ກັນເປັນລະບຽບ, ແຕ່ທີ່ໜ້າໃຈຮ້າຍແມ່ນພວກຂີ່ ສະກຸດເຕີໄຟຟ້າ ມັນຂີ່ແບບບໍ່ເກງໃຈຄົນຍ່າງຕາມແຄມທາງເລີຍ ມາບາດໃດສຽວບາດນັ້ນຢ້ານມັນຕຳ, ເວລາຂ້າມທາງມ້າລາຍຕອນໄຟຂຽວໃຫ້ລະວັງຄືກັນມັນເລັ່ງແບບບໍ່ສົນໃຈຄົນຂ້າມທາງ😡. ພໍມາຮອດຫ້ອງການຂາຍເບີ ຈະມີຄົນມາໃຊ້ບໍລິການຫຼາຍຄົນ ລະດັບຕ້ອງໄດ້ກົດບັດຄິວຖ້າເປັນຂັ້ນເປັນຕອນຫຼັງຈາກນັ້ນຈະໄດ້ເລືອກຊື້ເບີ ເຊິ່ງມັນຈະເປັນຕູ້ຂາຍເບີໃຫ້ກົດເລືອກເອົາ ແລ້ວເຮົາຈະໄດ້ໃບບິນມາ ຮອດຄິວແລ້ວພະນັກງານຈະຈູນເບີໃສ່ຊິມໃຫມ່ໃຫ້ ເປີດເບີລົງທະບຽນນີ້ນັ້ນໃຫ້ໃຊ້ເວລາບໍ່ລວມຖ້າຄິວກໍ່ປະມານ 20 ນາທີ ຄົນຕ່າງປະເທດຈະໃຊ້ເບີໂທນີ້ມັນຍາກຮ້າຍ ບໍ່ຄືຢູ່ບ້ານ ຈ່າຍເງິນ ເອົາເບີໂທມາ ຈົບ! ແຕ່ນີ້ຕ້ອງໄດ້ໃຊ້ Passport, ບັນທຶກຊື່ນາມສະກຸນ ຖ່າຍຮູບໜ້າ ຍັງບໍ່ພໍເອົາລາຍເຊັນອີກກກ😞 ເທື່ອນີ້ເສຍເງິນ 100¥ ໄດ້ເງິນໂທ 50¥ ທີ່ເຫລືອແມ່ນຄ່າບໍລິການ ແລະ ຄ່າເນັດ/ເດືອນ, ເບີມືຖືເທົ່າທີ່ຮູ້ຈະມີສອງເຈົ້າຄື China Mobile ທີ່ຂ້ອຍໃຊ້ ແລະ China Unicom ເບີນີ້ຍັງບໍ່ໄດ້ລອງ (ບໍລິການມັນຈະເປັນ 4G ຢ່າງດຽວ ໄວຜິດຫູຜິດຕາຈາກທີ່ເຄີຍໃຊ້ຢູ່ລາວ, ຈາກປະສົບການທີ່ໃຊ້ມາມັນເປັນເນັດ Unlimited ແບບລຸດຄວາມໄວຫຼັງຈາກດາຕາໝົດ) ສ່ວນອິນເຕີເນັດສາຍຂັ້ນຕອນສະມັກກະຄືກັນໃຊ້ Passport ຖ່າຍຮູບໜ້າຕາ ມັນຈະມີແພັກເກຈໃຫ້ເລືອກເປັນລາຍປີ ໂດຍທີ່ຂ້ອຍໃຊ້ແມ່ນລາຄາ 450¥/ປີ ໄດ້ຄວາມໄວຢູ່ 100mbps ໃຊ້ຈິງກະຢູ່ປະມານ 75-79mbps.

ຮູບນີ້ທົດສອບຕອນຂຽນບົດຄວາມ ຖືວ່າໄວພໍສົມຄວນແຕ່ໃຊ້ google ບໍ່ໄດ້, ຖ້າຢາກໃຊ້ຕ້ອງໄດ້ເປີດ VPN ເອົາເອງ😇.

ບົດຄວາມນີ້ເອົາຮອດນີ້ກ່ອນລະກັນເອົາໄວ້ມາຕໍ່ກັນໃຫມ່ໃນ EP ຕໍ່ໄປ.

Shanghai 1st time ແມວນ້ອຍໃນຊຽງໄຮ້ EP.1 “ອອກເດີນທາງ”